ທ່ານຮູ້ແລ້ວຫຼືບໍ່ວ່າ ຫົວປີມີປະໂຫຍດຕໍ່ສຸຂະພາບຢ່າງໜ້າອັດສະຈັນ ກິນເລື່ອຍໆຈະຊ່ວຍຫຍັງໄດ້ແດ່ ?

ທ່ານຮູ້ແລ້ວຫຼືບໍ່ວ່າ ຫົວປີມີປະໂຫຍດຕໍ່ສຸຂະພາບຢ່າງໜ້າອັດສະຈັນ ກິນເລື່ອຍໆຈະຊ່ວຍຫຍັງໄດ້ແດ່ ? ເຮົາຈະເຜີຍສູດອາຫານເພື່ອສຸຂະພາບທີ່ໜ້າຕື່ນຕາຕື່ນໃຈເພື່ອໃຫ້ເຈົ້າເພິດເພີນໄປກັບຣົດຊາດທີ່ໜ້າປະທັບໃຈ ແລະ ຍັງຊ່ວຍດູແລສຸຂະພາບຂອງເຈົ້າໄດ້ອີກດ້ວຍ ກ່ອນທີ່ຈະເລີ່ມເຮັດອາຫານຈາກຫົວປີມາເບິ່ງວ່າມັນມີປະໂຫຍດຕໍ່ຕົວເຮົາແນວໃດ

* ປະໂຫຍດຂອງຫົວປີ

1. ກະຊັບມົດລູກ

2. ລົດຄວາມດັນໂລຫິດສູງ

3. ຮັກສາໂລກໂລຫິດຈາງ

4. ບັນເທົາອາການຖອກທ້ອງ

5. ປັບປຸງການເຮັດວຽກຂອງໄຕ

6. ຮັກສາແຜ

7. ຊ່ວຍໃຫ້ປະຈຳເດືອນມາເປັນປົກກະຕິ

8. ຊ່ວຍຜູ້ປ່ວຍໂລກເບົາຫວານ ແລະ ແມ່ທີ່ຕ້ອງໃຫ້ນົມລູກ

* ນີ້ຄືວິທິການເຮັດ

– ໃສ່ນ້ຳມັນລົງໄປ 2 ບ່ວງໂຕະ ໃນກະທະຫຼືໝໍ້ ແລະ ຕາມດ້ວຍເມັດມັສຕາດອີກໜ້ອຍໜຶ່ງປ່ອຍຖີ້ມໃຫ້ເມັດຜຸ

– ຈາກນັ້ນໃຫ້ໃສ່ຫົວຫອມຊ່ອຍ ແລະ ພິກຂຽວຫຼືໝາກເຜັດຂຽວ ລົງໄປຜັດໃຫ້ເຂົ້າ ຈາກນັ້ນຕາມດ້ວຍຫົວປີ

– ຖັດໄປເພີ່ມຂີ້ໝິ້ນ ຫອມແຂກ, ເກືອ, ຜັກຊີ, ຜົງມະຫາຫິງ ແລະ ຕື່ມນ້ຳລົງໄປໜ້ອຍໜຶ່ງ ປິດຝາ ແລະ ວາງຖີ້ມບຶດໜຶ່ງ ຖັດໄປໃສ່ໝາກພ້າວຂູດລົງໄປ ແລະ ຄົນໃຫ້ເຂົ້າກັນ

– ເທົ່ານີ້ກໍ່ຮຽບຮ້ອຍແລ້ວສຳລັບເມນູຫົວປີທີ່ແຊບ ແລະ ມີປະໂຫຍດສຳລັບເຈົ້າ

ທີ່ມາ:http://www.kidork.com

ความคิดเห็น