ຂັບຖ່າຍສະດວກ, ພຸງຍຸບເລີ່ມຕົ້ນເຊົ້າມື້ໃຫມ່ຢ່າງໝັ່ນໃຈຈະລໍຊ້າເຮັດຫຍັງເຮັດຕາມສູດລຸ່ມນີ້ເລີຍ:
* ສູດທີ່ 1 ນຳ້ດື່ມ + ເມັດແມງລັກ
ສູດນີ້ງ່າຍໆເລີຍ ກຽມນຳ້ຮ້ອນ 1 ຈອກ ໃສ່ເມັດແມງລັກ 2 ບ່ວງນ້ອຍປະໄວ້ 30 ນາທີໃຫ້ເມັດແມງລັກພອງໂຕເຕັມທີ່ກ່ອນແລ້ວຄ່ອຍໆດື່ມສູດນີ້ແນະນຳໃຫ້ດື່ມກ່ອນນອນ, ມີສັບພະຄຸນເປັນຢາລະບາຍອ່ອນໆຈີ່ງຊ່ວຍໃນການຖ່າຍອາຈົມຄ້າງຢູ່ໃນກະເພາະອາຫານອອກມາໄດ້ເປັນຢ່າງດີ, ຕື່ນເຊົ້າມາຖ່າຍສະດວກ, ສະບາຍທ້ອງ, ເບົາໂຕແຕ່ຢ່າງໃດກໍ່ດີ ສານອາຫານບໍ່ເທົ່າກັນເມັດແມງລັກມີສານອາຫານສູງກວ່າເຊັ່ນ: ໂອເມກ່າ3, ແຄວຊ່ຽມ,ໂປຣຕີນແລະອື່ນໆ.
* ສູດທີ່2 ນຳ້ດື່ມ 1 ລີດ + ໝາກນາວ + ເກືອ 2 ບ່ວງກາເຟ.
ສູດນີ້ແນະນຳວ່າໃຫ້ເຮັດມື້ພັກວຽກ ເພາະສູດນີ້ອາດເຮັດໃຫ້ບາງຄົນຖ່າຍແບບບໍ່ເປັນເວລາກຽມນຳ້ດື່ມ 1 ລີດ ບີບນຳ້ໝາກນາວ 2 ໜ່ວຍ ແລ້ວຕາມດ້ວຍເກືອ 2 ບ່ວງກາເຟ ແລະ ຕີໃຫ້ເຂົ້າກັນພະຍາຍາມດື່ມໃຫ້ໝົດພາຍໃນ 10-20 ນາທີ ພໍດື່ມໝົດແລ້ວຈະຮູ້ສືກປວດເຂົ້າຫ້ອງນຳ້ທັນທີ ສູດນີ້ຈະຊ່ວຍໃຫ້ຄົນທີ່ຖ່າຍແບບໝົດລຳໄສ້ແທ້ໆ ຊ່ວຍຜັດຂອງເກົ່າທີ່ມີຢູ່ອອກຈົນໝົນ ສະບາຍທ້ອງແນ່ນອນແຕ່ສູດນີ້ແນະນຳໃຫ້ເຮັດອາທິດລະຄັ້ງກໍ່ພໍ.
* ສູດທີ່ 3 ໂຢເກີ້ດ + ນົມສົດ + ນຳ້ເຜີ້ງ + ໝາກນາວ
ປະສົມໂຢເກີ້ດລົດທຳມະຊາດ 1 ຈອກ, ນົມສົດລົດຈືດ100% 1 ກ່ອງ, ນຳ້ເຜີ້ງ 1 ບ່ວງນ້ອຍ ແລະ ນຳ້ໝາກນາວເຄີ່ງໜ່ວຍຄົນໃຫ້ເຂົ້າກັນແລ້ວດື່ມທັນທີຫ້າວປະໄວ້ຖ້າດື່ມກ່ອນ 7 ໂມງຕອນເຊົ້າຈະດີຫຼາຍສູດນີ້ຊ່ວຍກະຕຸ້ນລຳໄສ້ເຮັດວຽກເມື່ອເຮົາຖ່າຍສະດວກພຸງກໍ່ຍຸບຕາມໄປນຳໃສ່ເຄື່ອງແບບໃດກໍ່ໝັ່ນໃຈ.
* ສູດທີ່ 4 ນົມສົດ + ກ້ວຍນຳ້
ສູດນີ້ໃຊ້ນົມສົດ 2 ກ່ອງ ( ປະລິມານ 500 ມີລີລີດ) ກີນພ້ອມກັບກ້ວຍນຳ້ 2 ໜ່ວຍ ຫຼື ຈະເອົາໄປປັ່ນລວມກັນແລ້ວດື່ມກໍ່ໄດ້ ດື່ມຕອນທ້ອງວ່າງຫຼັງຕື່ນນອນ, ດື່ມກ່ອນ 6 ໂມງຕອນເຊົ້າໄດ້ຍີ່ງດີ ເພາະເຮົາຈະໄດ້ຖ່າຍກ່ອນ 7 ໂມງເຊົ້າ ສູດນີ້ກໍ່ຈະໄປກະຕຸ້ນໃຫ້ໂ່າຍອອກມາ ແນະນຳໃຫ້ເຮັດຕິດຕໍ່ກັນ 3 ມື້ ຈະຊ່ວຍໃຫ້ເຮົາຂັບຖ່າຍເປັນເວລາດ້ວຍ.
– 4 ສູດເຄື່ອງດື່ມດີທ໋ອກທີ່ເຮັດງ່າຍໆ ບໍ່ຫຍຸ້ງຍາກໃຜໆກໍ່ສາມາດເຮັດດື່ມໄດ້ຢູ່ບ້ານຢ່າລືມບອກຕໍ່ສີ່ງດີໆໃຫ້ກັບຄົນອ້ອມຂ້າງຂອງທ່ານຮູ້ນຳເດີ້
.ທີ່ມາ:ສຸຂະພາບ ອັບເດດ | Health Update
ความคิดเห็น
แสดงความคิดเห็น