ປາທູ ເປັນປາທີ່ມີຄຸນປະໂຫຍດ ແລະ ສານອາຫານທີ່ພຽງພໍຕໍ່ຮ່າງກາຍໂດຍເຮົາບໍ່ຕ້ອງກິນອາຫານເສີມຕື່ມ ເຊິ່ງການກິນປາທູພຽງ 1 ໂຕ ຈະໄດ້ຮັບສານອາຫານຫຼາຍຊະນິດດັ່ງນີ້:
1.ປາທູ ອຸດົມໄປດ້ວຍ EPA ແລະ DHA ເຊິ່ງເປັນກຣົດໄຂມັນບໍ່ອີ່ມຕົວ ໂດຍສານທັງສອງຊະນິດນີ້ຈະເຮັດໜ້າທີ່ຫຼຸດການຈັບຕົວຂອງເກັດເລືອດທີ່ຜິດປົກກະຕິໃນບາງຄົນຈິ່ງເຮັດໃຫ້ເປັນພາວະຫຼອດເລືອດແຂງຕົວ ຫຼື ພົບການອັກເສບ ນອກຈາກນີ້ທັງ EPA ແລະ DHA ຍັງມີສ່ວນຊ່ວຍໃນການຫຼຸດລະດັບໄຂມັນຊະນິດທີ່ເຮັດໃຫ້ເກີດຫຼອດເລືອດອຸດຕັນໄດ້
2.ໃນປາທູ 1 ໂຕ ຈະໃຫ້ໂປຣຕິນສູງເຖິງ 20 ກຣາມຕໍ່ນ້ຳໜັກ 100 ກຣາມ ເຊິ່ງໂປຣຕິນທີ່ໄດ້ຈາກປາທູຈະເປັນໂປຣຕິນທີ່ຍ່ອຍງ່າຍ ຮ່າງກາຍສາມາດນຳໄປໃຊ້ປະໂຫຍດໄດ້ທັນທີ
3.ສັບພະຄຸນຂອງປາທູມີແຄລຊຽມ ແລະ ຟອສຟໍຣັສ ໂດຍປະລິມານແຄລຊຽມໃນປາທູຈະສູງເຖິງ 170 ມິລລິກຣາມຕໍ່ປາທູສົດ 100 ກຣາມ ນອກຈາກນີ້ຍັງອຸດົມໄປດ້ວຍຟອສຟໍຣັສທີ່ຈຳເປັນຕໍ່ຮ່າງກາຍ ໂດຍສານອາຫານເຫຼົາ່ນີ້ຈະມີສ່ວນຊ່ວຍໃນການເສີມສ້າງຄວາມແຂງແຮງກະດູກ ແລະ ແຂ້ວໄດ້ເປັນໄດ້ເປັນຢ່າງດີ ໂດຍສະເພາະກັບເດັກນ້ອຍ ແລະ ຜູ່ສູງອາຍຸ
4.ປະໂຫຍດຂອງປາທູອຸດົມໄປດ້ວຍໂອເມກ້າ 3 ແລະ 6 ທີ່ມີສ່ວນຊ່ວຍໃນການທຳງານຂອງລະບົບປະສາດ ແລະ ສະໝອງຍັງເປັນສ່ວນປະກອບຂອງເຍື່ອບຸຜະໜັງເຊລ ຊ່ວຍຫຼຸດໄຂມັນ ຫຼຸດຄວາມສ່ຽງທັງໂຣກຫົວໃຈ ແລະ ຫຼອດເລືອດ ນອກຈາກນີ້ໂອເມກາ 3 ແລະ 6 ໃນປາທູນີ້ ຍັງເປັນໂຄງສ້າງທີ່ສຳຄັນຂອງເນື້ອເຍື້ອບໍລິເວນປະສາດຕາ ຫຼື retina ທີ່ຊ່ວຍໃນການເບິ່ງເຫັນໄດ້ດີ
ທີ່ມາ laopost.com
ความคิดเห็น
แสดงความคิดเห็น