ສູດນ້ຳຊາກ້ວຍ: ເພື່ອຊ່ວຍໃນການນອນຂອງເຈົ້າໃຫ້ນອນຫຼັບພັກຜ່ອນໄດ້ດີຂຶ້ນ ດ້ວຍກ້ວຍຕົ້ມນີ້ ຊຶ່ງມັນຈຳເປັນຫຼາຍໃນການທີ່ຈະລ້າງສານເຄມີທີ່ຕິດອອກມາກ່ອນ ກ້ວຍນັ້ນອຸດົມໄປດ້ວຍ ໂພແທັກຊຽມ ແລະ ແມັກນີຊຽມ.
ຊຶ່ງແຮ່ທາດທັງ 2 ທາດນີ້ຈະຊ່ວຍໃນການຜ່ອນຄາຍກ້າມເນື້ອ ສົ່ງຜົນເຮັດໃຫ້ຮ່າງກາຍຂອງເຮົານອນຫຼັບຜ່ອນຄາຍໄດ້ສະບາຍ ດຳເນີນການຕົ້ມກ້ວຍນີ້ປະມານ 10 ນາທີເທົ່ານັ້ນ ແລະ ນຳໄປດື່ມໃນຊ່ວງເວລາກ່ອນທີ່ເຈົ້າຈະນອນ
* ສ່ວນປະສົມ
– ກ້ວຍຈຳນວນໜຶ່ງ
– ນ້ຳສະອາດໃນໝໍ້ຂະໜາດນ້ອຍ
– ເຄື່ອງອົບຫຼືອົບເຊີຍ
* ຂັ້ນຕອນ : ນຳກ້ວຍລົງໄປຕົ້ມລົງໃນໝໍ້ໂດຍຕັດຫົວແລະທ້າຍຂອງກ້ວຍອອກ ໂດຍຕົ້ມປະມານ 10 ນາທີ ແລ້ວເທນ້ຳອອກມາໃສ່ແກ້ວ ເພີ່ມລົດຊາດອົບເຊີຍແລະຊາກ້ວຍ
ນຳນ້ຳຊາກ້ວຍນີ້ໄປດື່ມກ່ອນທີ່ເຈົ້າຈະນອນປະມານ 1 ຊົ່ວໂມງ ພຽງເທົ່ານີ້ກໍຈະເຮັດໃຫ້ເຈົ້ານອນຫຼັບໄດ້ສະບາຍໃຈ ແລະ ພັກຜ່ອນໄດ້ເຕັມທີ່.ໝາຍເຫດ: ຄົນອາເມຣິກາສ່ວນໃຫຍ່ຈະໃຊ້ຢານອນຫຼັບເປັນສ່ວນຫຼາຍ ຊຶ່ງມັນອາດຈະສົ່ງຜົນຊ່ວຍໃນການນອນຫຼັບໄດ້ເປັນຢ່າງດີ ແຕ່ອີກດ້ານໜຶ່ງກໍຄື ມັນຈະມີຜົນແຊກຊ້ອນກ່ຽວກັບ ສຸຂະ ພາບຂອງເຮົາໃນໄລຍະຍາວ ເຮົາຈຶ່ງແນະນຳແລະນຳສະເໜີຢາສູດນີ້ຫຼາຍກວ່າ
ທີ່ມາ:ສຸຂະພາບ ອັບເດດ | Health Update
ความคิดเห็น
แสดงความคิดเห็น