ຢາກໃຫ້ອ່ານ.. ກ່ອນທີ່ຄິດຈະຖຽງແມ່!! ທ່ານໃດມັກຖຽງແມ່ຫ້າມພາດ..ຮູ້ໄວ້ກໍ່ບໍ່ເສຍຫາຍ

ຕອນແລງມື້ໜຶ່ງ..ລູກຊາຍທີ່ກຳລັງຮຽນຢູ່ມັດທະຍົມປາຍ ຖືກແມ່ຈົ່ມເລື່ອງບໍ່ຍອມມ້ຽນຫ້ອງນອນ ກິນເຂົ້າບໍ່ເປັນເວລາ ອອກໄປໃສບໍ່ບອກກ່ອນລ່ວງໜ້າ

ຊ່າຍໜຸ່ມທົນບໍ່ໄດ້ ເພາະຄິດວ່າແມ່ມັກຈູ້ຈີ້ຈຸກຈິກເລື່ອງສ່ວນໂຕຂອງລາວ ກໍ່ເລີຍຖຽງແມ່ອອກໄປດ້ວຍສຽງດັງ ເຮັດໃຫ້ແມ່ເກິດຄວາມໂມໂຫທີ່ລູກຊາຍບໍ່ເຊື່ອຟັງ ຜູ້ເປັນພໍ່ເຫັນທ່າບໍ່ດີ ກໍ່ເລີຍກັນລູກຊາຍອອກມາ ແລະ ພາໄປຍ່າງຫລິ້ນ ຍ່າງໄປນຳກັນສອງຄົນ ພໍ່ຈຶ່ງເວົ້າກັບລູກຊາຍວ່າ

“ການທີ່ລູກຈະຖຽງແມ່ໄດ້ນັ້ນ ມີເງື່ອນໄຂວ່າ ຫາກລູກເຮັດໄດ້ໃນ 10 ຂໍ້ນີ້ ລູກຈຶ່ງມີຄຸນສົມບັດທີ່ຈະຖຽງແມ່ໄດ້!

“ມີຫຍັງແດ່ພໍ່?” ຊາຍໜຸ່ມຖາມພໍ່“ຕັ້ງໃຈຟັງເດີ”

1. ແມ່ຮາກຫຼັງກິນເຂົ້າທຸກມື້ເປັນເວລາສາມເດືອນ(ແພ້ທ້ອງ)

2. ຫົວນົມແມ່ຖືກກັດແຕ່ຕ້ອງຍອມອົດທົນບໍ່ກ້າຕີ(ຊ່ວງທີ່ແຂ້ວຂອງລູກຂຶ້ນໃໝ່ໆ)

3. ເອົາໝາກບານໃສ່ທ້ອງ ແລະ ໃຫຍ່ຂຶ້ນເລື້ອຍໆ ທຸກເດືອນເປັນເວລາເກົ້າເດືອນ(ຖືພາ)

4. ເຈັບປວດຄືກັບຖືກໄມ້ແສ້ຕີເປັນເວລາຊາວສີ່ຊົ່ວໂມງ(ຊ່ວງເກີດລູກ)

5. ອົດກິນນ້ຳກ້ອນ, ຊາ, ກາເຟ ແລະ ຂອງມັກ ແຕ່ສົ່ງຜົນຮ້າຍຕໍ່ລູກໃນທ້ອງເປັນເວລາເກົ້າເດືອນ

6. ເວລານອນພິກໂຕບໍ່ໄດ້ເປັນເວລາຫ້າເດືອນ

7. ອົດທ່ຽວ, ອົດກະໂດດໂລດເຕັ້ນເປັນເວລາສິບເດືອນ

8. ຫ້າມປ່ວຍເປັນເດັດຂາດເປັນເວລາສິບເດືອນ ເຖິງປ່ວຍກໍ່ກິນຢາປະຕິຊີວະນະບໍ່ໄດ້

9. ເຊັດຂີ້ເຊັດຍ່ຽວເຊັດຮາກ ປ່ຽນຜ້າອ້ອມຊັກຜ້າອ້ອມ ລ້າງກົ້ນເປັນປີໆ

10. ຕອນກາງຄືນຕ້ອງຕື່ນທຸກໆ ສອງຊົ່ວໂມງ ແຕ່ລະຊ່ວງໃຊ້ເວລາປະມານສາມສິບນາທີ ປະມານສາມເດືອນ

ພໍ່ລູກຍ່າງລົມກັນຈົນມາເຖິງໜ້າບ້ານ ພໍ່ຕົບບ່າລູກຊາຍແລ້ວເວົ້າວ່າ “ຖ້າເຂົ້າໄປໃນບ້ານ ໃຫ້ກຽດກັບຜູ້ຍິງຂອງຂ້ອຍແດ່ເດີ”

“ຮ່າໆ ໂດຍໆ ຕໍ່ໄປຂ້ອຍຈະໃຫ້ກຽດຜູ້ຍິງຂອງພໍ່ໃຫ້ຫລາຍກວ່ານີ້”ເມື່ອລູກຊາຍເຂົ້າໄປໃນບ້ານກໍຮີບເຂົ້າໄປກອດ ແລະ ຂໍໂທດແມ່ທັນທີກ່ອນທີ່ຈະຖຽງແມ່ ຄິດກ່ອນວ່າທ່ານມີຄຸນສົມບັດໃນ 10 ຂໍ້ນີ້ຫລືບໍ່?

ທີ່ມາ:ສຸຂະພາບ ອັບເດດ | Health Updat

ความคิดเห็น