ຄຸນປະໂຫຍດຂອງໃບໝາກຂຽບ
ຄົນສະໄໝບູຮານໃຊ້ໃບສົດຂອງ ”ໝາກຂຽບແລະເມັດໃຊ້ຂ້າເຫົາແລະພະຍາດຂີ້ກາກໂດຍເອົາໃບໝາກຂຽບ
ມາຄັ້ນເອົາແຕ່ນ້ຳແລ້ວພອກຫົວຫລືທາບໍລິເວນທີ່ເປັນຂີ້ກາກພາຍໃນ7 ມື້ ຂີ້ກາກ ແລະເຫົາກໍຈະດີ ເຊິ່ງມີວິທີຮັກສາຢູ່2 ວິທີຄື
ນຳໃບໝາກຂຽບປະມານ 3-4 ໃບມາບົດ ຫລື ຕຳໃຫ້ລະອຽດແລ້ວນຳມາປະສົມກັບເຫຼົ້າ ຄົນໃຫ້ເຂົ້າກັນຈົນໄດ້ກິ່ນໝາກຂຽບ ແລ້ວນຳມາທາຫົວໃຫ້ທົ່ວ ແລ້ວເອົາຜ້າກຄຸມໄວ້ປະມານ 10-30 ນາທີ ແລະ ເອົາຜ້າອອກໃຊ້ຫວີ ຫວີ ເຫົາກໍຕົກລົງມາທັນທີ
ນຳໃບໝາກຂຽບ 7-8 ໃບ ມາຕຳໃຫ້ລະອຽດແລ້ວປະສົມກັບນ້ຳທາຫົວຖິ້ມໄວ້ບຶດໜຶ່ງ ແລ້ວລ້າງອອກຊຶ່ງຈະຊ່ວຍເຮັດໃຫ້ໄຂ່ເຫົາຝໍ່ແລະຂ້າເຫົາໄດ້ ແລະ ສາມາດແກ້ຫິດ ແກ້ກາກເກື້ອນ ແລະ ແກ້ອາການບວມໄດ້ອີກ
ຂອບໃຈສຳລັບຂໍ້ດີໆຈາກ ລາວ Health
ความคิดเห็น
แสดงความคิดเห็น