ໜ້າໜາວມາຮອດແລ້ວ ຫຼາຍຄົນອາດມີຄວາມຮູ້ສຶກບໍ່ຢາກອາບນຳ້ຍາມເຊົ້າ ເພາະວ່າມັນໜາວວວ ແລະ ເຢັນນນ! ເຊິ່ງກໍຈຳເປັນຕ້ອງອາບຢູ່ດີ ແຕ່ເຊື່ອບໍ່ວ່າການອາບນຳ້ຫຼາຍເທື່ອຕໍ່ມື້ ກໍບໍ່ໄດ້ເປັນຜົນດີສະເໝີໄປ ເຊິ່ງມື້ນີ້ແອັດມິນເປີດໃຈກໍຈະມາບອກປະໂຫຍດຂອງການບໍ່ອາບນຳ້ກັນ
ທາງຜູ້ຊ່ຽວຊານດ້ານຜິວໜັງ Dr.Casey Carlos ຈາກມະຫາວິທະຍາໄລທາງການແພດຊານດິເອໂກ ແຄນິຟໍເນຍ ບອກວວ່າການອາບນຳ້ທຸກມື້ ແລະ ອາບເທື່ອລະດົນໆ ບໍ່ໄດ້ສົ່ງຜົນດີກັບຮ່າງກາຍຄົນເຮົາ ເພາະປົກກະຕິຜິວໜັງຂອງຄົນເຮົາສາມາດທຳຄວາມສະອາດໄດ້ດ້ວຍໂຕມັນເອງຢູ່ແລ້ວ
ແລະ ການທີ່ເຮົາຖູສະບູເພາະເຊື່ອວ່າມັນເຮັດໃຫ້ຮ່າງກາຍສະອາດຂຶ້ນນັ້ນ ແທ້ຈິງແລ້ວມັນຄືໂຕທຳລາຍນຳ້ມັນໃນຊັ້ນຜິວໜັງຂອງເຮົາຕ່າງຫາກ
ແຖມການອາບນຳ້ຢູ່ເລີຍໆ ຍັງເຮັດໃຫ້ຜິວໜັງເກີດການລະຄາຍເຄືອງແລະສະບູກ້ອນກໍຍັງເປັນແຫລ່ງສະສົມເຊື້ອໂລກໄດ້ອີກດ້ວຍ ທີ່ສຳຄັນຄືເມື່ອ
ເຮົາຖູສະບູເທິງຜິວໜັງຂອງເຮົາ ສະບູຍັງໄປທຳລາຍບັກເຕຣີດີໆ (ແບັກທີເຣຍ) ທີ່ມີໄວ້ປ້ອງກັນຜິວຂອງຄົນເຮົາໂດຍທຳມະຊາດອີກດ້ວບ
ເຊິ່ງຈະສັງເກດໄດ້ເມື່ອຫຼັງຈາກທີ່ອາບນຳ້ ຈະຮູ້ສຶກຄັນທີ່ຜິວໜັງເລັກນ້ອຍ ກໍເພາະຜິວໜັງຂອງເຮົາເລີ່ມແຕກ ແລະ ນັ້ນແລະມັນຄືການເປີດທາງໃນເຊື້ອໂລກເຂົ້າສູ່ຮ່າງກາຍ ແລະ ອາດເກີດການຕິດເຊື້ອໂລກໄດ້ຫຼາຍກວ່າເກົ່ານັ້ນເອງ
ແຕ່ຢ່າງໃດກໍຕາມ ສະພາບອາກາດປະເທດລາວເຮົາກໍຍັງຄົງບໍ່ເອື້ອອຳນວຍໃຫ້ຢູ່ແບບບໍ່ອາບນຳ້ໄດ້ ກໍເພາະວ່າພຽງແຕ່ຍ່າງອອກໄປນອກທັງແສງແດດ ທັງຝຸ່ນຄວັນ ເຫື່ອກໍໄຫລອອກມາເຕັມໂຕແລ້ວ ແຕ່ຈະວ່າໄປຊ້ວງນີ້ຍາມໜາວຢູ່ ຫາກວ່າຈະບໍ່ອາບນຳ້ຊ້ວງນີ້ກໍຄົງຈະບໍ່ເປັນຫຍັງຕິເບາະ
ຮູ້ແລ້ວຢ່າລືມແຊຣ໌ຕໍ່
ຂອບໃຈຂໍ້ມູນຈາກ : buzzfeed / gangbeauty
ความคิดเห็น
แสดงความคิดเห็น