ຜ່ານມາເຄີຍເຫັນແຕ່ເດັກນ້ອຍພື້ນບ້ານເທົ່ານັ້ນທີ່ເຄີຍກິນໝາກຕາກົບ ເພາະເດັນນ້ອບທີ່ອ່າວມີຖານະດີແດ່ອາດຄິດວ່າໝາກໄມ້ຊະນິດນີ້ເປັນອາຫານຂອງຄົນອຶດຫິວແຕ່ຄວາມຈິງແລ້ວ
ມັນເປັນນຶ່ງໃນສຸດສອດຍອດໝາກໄມ້ທີ່ຄວນກິນເປັນປະຈຳເພາະນອກຈາກຈະບຳລຸງຮ່າງກາຍແລ້ວ ຍັງສາມາດປິ່ນປົວ ແລະ ປ້ອງກັນພະຍາດໄດ້ຫຼາຍຊະນິດ.
ດ້ວຍປະລິມານວິຕາມິນທີ່ສູງໝາກຕາກົບຊ່ວຍແກ້ການອ່ອນເພຍ,ບັນເທົາອາການໂຕເຫຼືອງ,ປິ່ນປົວມ້າມໃຫຍ່,ແກ້ການປຸ້ນທ້ອງ,ບໍາລຸງກະດູກ,ຊ່ວຍດູກຊຶມຄໍເລັດສະເຕີ້ຣອນ,ຊ່ວຍຫຼຸດຄວາມສ່ຽງໃນການເປັນມະເຮັງລໍາໄສ້ ແລະ ຊ່ວຍປ້ອງກັນບໍ່ໃຫ້ເສັ້ນເລືອດສະໝອງແຕກ
ສານອາຫານໃນໝາກຕາກົບ:
ຂໍ້ມູນຈາກກົມອານາໄມກະຊວງ ສາທາລະນະສຸກຂອງໄທ ລາຍງານວ່າ:ໃນໝາກຕາກົບ 100 ກຣາມ ຫຼື ນຶ່ງຂີດ ມີ: 1ນໍ້າປະມານ 76-94 ກຣາມ, 2 ໃຍອາຫານ 0.5-6.3 ກຣາມ ເປັນໝາກໄມ້ທີ່ມີໃຍອານຫານສູງສຸດ ໃນບັນດາໝາກໄມ້,
3 ນໍ້າຕານທຳມະຊາດ 3-18 ກຣາມ, 4 ໃຫ້ພະລັງງານ ປະມານ 33-96 ກຣາມ ກິໂລແຄລໍຣີ, -5 ມີແຄວຊຽມ ແລະ ໂປແທັດຊຽມສູງຫຼາຍ ນອກຈາກໝາກແລ້ວ,ສ່ວນອື່ນໆໃນຕົ້ນຕາກົບເຊັ່ນ: ໃບ,ລຳ,ເປືອກ ແລະ ຮາກ ຍັງມີປະໂຫຍດເປັນຢາ ອີກດ້ວຍຄື:
6 ຮາກກິນແກ້ໄຂ່ຫຼັງອຫກເສບ, 7 ເປືອກລຳຕົ້ນ: ນຳໄປຕາກແຫ້ງ,ບົດໃຫ້ມຸ່ນແລ້ວນຳມາຊົງນໍ້າກິນ ແກ້ສຽງແຫ້ງ ຫຼື ສາມາດອົມເປືອກສົດເພື່ອຫຼຸດອາການເຈັບຄໍ, 8 ເປືອກລຳຕົ້ນ ສາມາດນຳມາບົດປະສົມນໍ້າມັນງາເພື່ອທາແກ້ຄັນ ແລະ ແກ້ເຈັບທ້ອງ, 9 ນໍ້າຢາງຈາກລຳຕົ້ນ ແລະ ໃບສົດ ສາມາດກິນເປັນຢາແກ້ໄຂ້,ແກ້ປວອອັກເສບ,ແກ້ໄອ,ແກ້ເຈັບທ້ອງ ແລະ ຊ່ວຍຍ່ອຍອາຫານ.,
10 ນໍ້າຕົ້ມຈາກໃບແຫ້ງ ເປັນຢາແກ້ເສມຫະ, ແກ້ຫືດ,ແກ້ຫອບ,ແກ້ຫຼອດລາມອັກເສບ ແລະ ບຳລຸງຮ່າງກາຍ. , – ໃບທີ່ຂາງໄຟຈົນແຫ້ງ ສາມາດນຳຊົງກັບນໍ້າ ແລ້ວໃຫ້ແມ່ຢູ່ກຳກິນເພື່ອບຳລຸງແມ່.,
11 ແກ່ນໝາກສາມາດນຳມາຕຳ ແລະ ເອົາມາໂພະໃສ່ບ່ອນຂໍ້ອັກເສບ ເພື່ອແກ້ອາການປວດຂໍ້.
ເຫັນແລ້ວບໍ່ວ່າປະໂຫຍດຂອງໝາກຕາກົບສຸດແສນຫຼາກຫຼາຍ,ມາໆພວກເຮົາມາເລີ່ມກິນໝາກຕາກົບໄດ້ແລ້ວ.
CR: http://skapbpb.com
ความคิดเห็น
แสดงความคิดเห็น