ຫຍ້າໂຄຍງູ…!! ເປັນຢາພື້ນບ້ານມີຊັບພະຄຸນນາໆເປັນຕົ້ນແມ່ນ ທຳລາຍນິ້ວ ແກ້ບວມຊໍ້າ ເຮັດໃຫ້ຜູ້ຍິງທີ່ມີລູກຍາກມີລູກງ່າຍໄດ້
ຫຍ້າໂຄຍງູ ເປັນຢາພື້ນບ້ານມີຊັບພະຄຸນນາໆເປັນຕົ້ນແມ່ນ: ສະຫຼາຍນີ້ວ, ແກ້ບວມຊໍ້າ, ເຮັດໃຫ້ຜູ້ຍີງທີ່ມີລູກຍາກມີລູກງ່າຍໄດ້.
ຫຍ້າໂຄຍງູ ຫຍ້າກ້ຽວງູ ຫຍ້າພັນງູຂາວ ຫຍ້າໂຄຍງູ ເປັນຢາພື້ນບ້ານມີຊັບພະຄຸນນາໆ
ຊື່ດ້ານພຶກສາສາດ:
ຊື່ສາກົນທົ່ວໄປ : Prickly chaff-flower
ຊະນີດ :Achyranthes sapera Linn
ຕະກູນ : Amaranthaceae
ຫຍ້າໂຄຍງູ ແມ່ນມີຫຼາຍຊະນິດ, ແຕ່ຊະນິດທີ່ນຳມາສະເໜີ ແລະ ປຸງແຕ່ງໂດຍສະຖາບັນຢາພື້ນເມືອງນີ້ ແມ່ນຫຍ້າໂຄຍງູສີຂາວ
ວິທີການເກັບຮັກສາ:
ລົກເອົາທັງຮາກ ມາລ້າງນໍ້າໃຫ້ສະອາດ ແລ້ວຕັດຊອຍ ນຳມາຕາກລົມເພື່ອຮັກສາຄວາມຂຽວ (ບໍ່ຄວນຕາກແດດ )ໃຫ້ແຫ້ງ ແລ້ວເຮັດການລະເຫີຍເອົານໍ້າອອກໃຫ້ໝົດ ບໍ່ດັ່ງນັ້ນຈະຕົກໂໝກ ແລ້ວບັນຈຸໃສ່ຖົງຢາງໄວ້ກິນຍາວນານ ເພາະຍາມແລ້ງຊອກຍາກ
ວິທີການຕົ້ມເປັນຢາ:
ໜື່ງກຳມື ຕົ້ມກັບນໍ້າ ໃສ່ນໍ້າພໍດີຖ້ວມຢາ ແລ້ວຕົ້ມດ້ວຍໄຟອ່ອນໆ 20 ນາທີ ແລ້ວ ດື່ມຕອນເຊົ້າ ໜື່ງຈອກ ຕອນແລງ ໜື່ງຈອກ
ຄຸນປະໂຫຍດ:
ຕົ້ນຕໍ ແມ່ນທຳລາຍໜິ້ວ, ໄລ່ຍ່ຽວ, ບຳລຸກຳລັງ( ຊາວໄທໃຫ່ຍ ), ເຜົ່າເອົາຂີ້ເທົ່າ ມາແຊ່ນໍ້າ ຕອງເອົານໍ້າມາທາສາຍບືຜູ້ຍິງທີ່ມີລູກຍາກຈະເຮັດໃຫ້ມີລູກງ່າຍ ( ຊາວລ້ານນາ ), ນອກນັ້ນຍັງແກ້ຫືດ ປວດຂໍ້ ແກ້ບວມຊໍ້າ ປົວເບົາຫວານ ມະເຮັງ ບຳລຸງກຳລັງ (ຊາວລ້ານຊ້າງ) ແລະ ອື່ນໆ ສົມກັບວ່າ ລາຊາຢາພື້ນເມືອງລາວ.
ທີ່ມາ: http://raosukunfung.com
ความคิดเห็น
แสดงความคิดเห็น