ຄຳເວົ້າດີໆ ທີ່ລູກທຸກຄົນຢາກໄດ້ຍິນຈາກພໍ່ແມ່
ເຊື່ອບໍ່ວ່າ ສິ່ງສຳຄັນທີ່ລູກໆ ຕ້ອງການຢາກໄດ້ຈາກພໍ່ແມ່ຫຼາຍທີ່ສຸດ ອາດບໍ່ແມ່ນເງິນຄຳ ຫຼື ສິ່ງຂອງມີຄ່າ ແຕ່ເປັນຄວາມຮັກ, ການເອົາໃຈໃສ່ຂອງພໍ່ແມ່ຫຼາຍກວ່າ, ນີ້ເປັນ 7 ຄຳເວົ້າ ທີ່ລູກໆ ຢາກໄດ້ຍິນຈາກພໍ່ແມ່ ບໍວ່າຈະຢູ່ໃນສະຖານະການທີ່ດີ ຫຼື ບໍ່ດີ ສິ່ງດຽວທີ່ເຂົາາຕ້ອງການຄືກຳລັງໃຈຈາກພໍ່ແມ່:
1.ພໍ່ແມ່ຮັກລູກ: ການບອກຮັກລູກ ເປັນຄຳເວົ້າທີ່ມີພະລັງ ແລະ ມີຄວາມໝາຍທີ່ສຸດ ເພາະຄວາມຮັກທີ່ດີທີ່ສຸດຄືການເລີ່ມຕົ້ນຈາກໃນເຮືອນ, ຫາກລູກບໍ່ເຄີຍໄດ້ຍິນຄຳວ່າ “ຮັກ” ອອກຈາກປາກພໍ່ແມ່ກ່ອນ ກໍບໍ່ຮູ້ວ່າລູກຈະໄດ້ຍິນຄຳນີ້ຈາກໃຜ.
2.ພໍ່ແມ່ພູມໃຈໃນຕົວລູກ: ການຍ້ອງລູກ ເມື່ອລູກເຮັດສິ່ງທີ່ຖືກຕ້ອງ ເປັນລາງວັນທີ່ດີທີ່ສຸດກວ່າ ການຊື້ຂອງຂວັນໃຫ້ເປັນການຕອບແທນ ເພາະຈະເຮັດໃຫ້ລູກເກີດຄວາມພູມໃຈຕົວເອງ ແລະ ພະຍາຍາມເຮັດສິ່ງທີ່ຕັ້ງໃຈໄວ້ຢ່າງປະສົບຄວາມສຳເລັດ.
3.ເວົ້າ “ຂໍໂທດ” ໃນເວລາທີ່ພໍ່ແມ່ເຮັດຜິດ: ເຊິ່ງເປັນຕົວຢ່າງທີ່ບໍ່ດີໃຫ້ລູກ ເພາະເຂົາຈະຮຽນຮູ້ວ່າ ການເຮັດສິ່ງໃດ ທີ່ເກີດຈາກຄວາມຕັ້ງໃຈ ຫຼື ບໍ່ຕັ້ງໃຈ, ການຂໍໂທດ ຄືສິ່ງທີ່ຄວນເຮັດທຳອິດ.
4.ແມ່ໃຫ້ອະໄພລູກ: ເດັກນ້ອຍ ເມື່ອໃຫຍ່ກໍຍິ່ງມີຄວາມຄິດເປັນຂອງຕົນເອງຫຼາຍຂຶ້ນ ແລະ ບາງຄັ້ງອາດເຮັດໃຫ້ພໍ່ແມ່ໃຈຮ້າຍ ແຕ່ແນວໃດລູກກໍຄືລູກ ຄວນທີ່ຈະເວົ້າກັບລູກວ່າ “ໃຫ້ອະໄພລູກ” ແລະ ໃຫ້ເຫດຜົນກັບລູກ ເພື່ອໃຫ້ລູກໄດ້ຮູ້ ແລະ ບໍ່ເຮັດອີກ.
5.ພໍ່ແມ່ຮັບຟັງລູກສະເໝີ: ເມື່ອລູກເລີ່ມເຂົ້າສູ່ໄວລຸ້ນ ກໍມີໂລກສ່ວນຕົວ ແລະ ເປັນຕົວຂອງຕົວເອງສູງ ພໍ່ແມ່ກໍເລີ່ມບັງຄັບ ຫຼືສອນລູກບໍ່ໄດ້ຄືເກົ່າ ແຕ່ພໍ່ແມ່ຄວນຕັ້ງຄຳຖາມໃຫ້ລູກຄິດ ແລະພ້ອມທີ່ຈະຍອມຮັບຟັງລູກ ທຸກເລື່ອງ ເຊິ່ງຈະຊ່ວຍໃຫ້ລູກຕັດສິນໃຈໄດ້ຢ່າງມີສະຕິ ແລະ ເຊື່ອໝັ້ນໃນຕົວເອງ.
6.ນີ້ຄືສິ່ງທີ່ລູກຕ້ອງຮັບຜິດຊອບດ້ວຍຕົວເອງ: ພໍ່ແມ່ບໍ່ຄວນຊ່ວຍລູກແກ້ໄຂບັນຫາທຸກເລື່ອງ ເພາະການເຂົ້າໄປແກ້ໄຂບັນຫາໃຫ້ລູກ ແທນທີ່ຈະຢູ່ຫ່າງໆ ເພາະຄວາມຫ່ວງໃຍ ຈະເຮັດໃຫ້ລູກເຂົ້າໃຈວ່າບໍ່ຈຳເປັນຕ້ອງຮັບຜິດຊອບ, ດັ່ງນັ້ນ ພໍ່ແມ່ຄວນໃຫ້ລູກແກ້ໄຂບັນຫາເອງ ແລະ ພໍ່ແມ່ກໍຢູ່ຫ່າງໆເພື່ອຊ່ວຍເຫຼືອລູກຈະດີກວ່າ.
7.ລູກຢາກເປັນຫຍັງກໍໄດ້ທີ່ຢາກເປັນ: ເມື່ອຮອດເວລາທີ່ລູກຮຽນຈົບ ພໍ່ແມ່ຄວນບອກລູກວ່າ “ລູກຢາກເປັນຫຍັງກໍໄດ້” ພໍ່ແມ່ຈະເປັນຄົນສະໜັບສະໜູນ ໃນສິ່ງທີ່ລູກຢາກເປັນ ເພື່ອໃຫ້ເຂົາສາມາດກຽມຕົວ ແລະພ້ອມທີ່ຈະປະເຊີນສະຖານະການ ຕໍ່ການໄປສູ່ເປົ້າໝາຍ ແລະ ຄວາມຝັນຂອງລູກໃນອະນາຄົດ.
ຂໍຂອບໃຈຂໍ້ມູນດີໆຈາກ:ແຊຣ໌ຕໍ່sharetorse
ความคิดเห็น
แสดงความคิดเห็น